ຂໍ້ມູນບໍລິສັດ

      ບໍລິສັດ ສີລິນທອນການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ (Silinthone Trading Import-Export Sole Co., LTD)  ກໍ່ຕັ້ງຂຶ້ນ ໃນປີ 14/06/2006 ສ້າງຕັ້ງຂຶ້ນເພື່ອຕອບສະຫນອງຄວາມຕ້ອງການຂັ້ນພື້ນຖານຂອງຜູ້ບໍລິໂພກ ພາຍໃນປະເທດ ເນື່ອງຈາກ ສປປ ລາວ ມີປະຊາກອນ ຂ້ອນຂ້າງຫນ້ອຍ ເຮັດໃຫ້ການຈັດຕັ້ງໂຮງງານອຸດສາຫະກໍາ ເພື່ອຜະລິດສິນຄ້າ ບໍ່ກຸ້ມຄ່າ ຕໍ່ການລົງທຶນ ຈື່ງຈໍາເປັນຕ້ອງອາໄສການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ຂ້ອນຂ້າງຫຼາຍ ໂດຍ ບໍລິສັດ ສີລິນທອນການຄ້າ ໄດ້ກ້າວເຂົ້າມາຮັບໃຊ້ພີ່ນ້ອງປະຊາຊົນລາວນັບແຕ່ນັ້ນມາ.
        ປະຈຸບັນ ບໍລິສັດ ສີລິນທອນການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຍັງຄົງເປັນນໍາເຂົ້າ ແລະ ສົ່ງອອກຕໍ່ໄປຍັງປະເທດທີ 3 ຄື ປະເທດຫວຽດນາມ, ສິນຄ້າທີ່ນຳເຂົ້າມາຈຳໜ່າຍ ຫຼື ຂາຍສົ່ງພາຍໃນປະເທດ ມີສິນຄ້າຫຼາຍປະເພດ ທັງສິນຄ້າທີ່ຈໍາເປັນໃນຊີວິດ ປະຈໍາວັນ ແລະ ສິນຄ້າທົ່ວໄປ ເຊັ່ນ: ສິນຄ້າອຸປະໂພກ-ບໍລິໂພກ, ອາຫານ, ເຄື່ອງດື່ມ, ເຄື່ອງສໍາອາງ ແລະ ອື່ນໆ ເພື່ອຕອບສະຫນອງຄວາມຕ້ອງການ ທີ່ຫຼາກຫຼາຍຂອງຄົນລາວຍຸກໃຫມ່ ໃນການເລືອກສິນຄ້າທີ່ມີຄຸນນະພາບ.

  • ສຳນັກງານໃຫຍ່: ຕັ້ງຢູ່ ເລກທີ 342 ຖະໜົນ ວິສຸກັນ ບ້ານໂພໄຊ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ແລະ ບໍລິສັດໄດ້ຂະຍາຍສາຂາໄປຕ່າງແຂວງ 2 ສາຂາ:
  • ສາຂາຈຳປາສັກ: ຕັ້ງຢູ່ ຖະໜົນ 13B ບ້ານ ພັດທະນາຫົວແຊ ເມືອງ ບາຈຽງຈະເລີນສຸກ ແຂວງ ຈຳປາສັກ.
  • ສາຂາຄຳມ່ວນ: ຕັ້ງຢູ່ ບ້ານ ສຸກສະຫວັນ ເມືອງ ທ່າແຂກ ແຂວງ ຄຳມ່ວນ.

ສິນຄ້າ ຫຼື ຜະລິດຕະພັນ ທີ່ຈຳໜ່າຍ

ໂປຣໂມຊັ່ນ ສິດທິພິເສດ

ລໍຖ້າໄວໆນີ້…

 

ປະກາດຂ່າວໃໝ່